ໃນວັນທີ 14 ມັງກອນນີ້, ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດໄທຮ່ວມກັບສະພາອຸດສາຫະກໍາ ແຫ່ງປະເທດໄທ ໄດ້ຈັດງານຖະແຫຼ່ງຂ່າວຕໍ່ສື່ມວນຊົນລາວຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອແຈ້ງໃຫ້ ຊາບວ່າ: ໃນທ້າຍເດືອນກັນຍາ 2019 ນີ້ ກົມສົ່ງເສີມ ການຄ້າລະຫວ່າງປະເທດກະຊວງພານິດໄທ ຈະຈັດງານວາງສະແດງສິນຄ້າ ເຄື່ອງປັບອາ ກາດ ແລະ ເຄື່ອງເຮັດຄວາມເຢັນ 2562 (Bangkok RHVAC 2019) ແລະ ເຄື່ອງໃຊ້ໄຟຟ້າ, ເອເລັກໂຕຣນິກ 2562 (Bangkok E&E 2019) ຂຶ້ນທີ່ສູນນິທັດສະການ ແລະ ການປະຊຸມໄບເທກບາງນາ ກຸງເທບ ລາຊະອານາຈັກໄທ ຊຶ່ງໃນງານວາງສະແດງດັ່ງກ່າວຈະມີສິນຄ້າອຸດສາຫະກໍາເຄື່ອງປັບອາກາດ, ເຄື່ອງເຮັດຄວາມເຢັນ, ອຸດສາຫະກໍາເຄື່ອງໃຊ້ໄຟຟ້າ ແລະ ເອ ເລັກໂຕຣນິກຂະໜາດໃຫຍ່ ຕິດອັນດັບ 1 ໃນ 5 ຂອງໂລກ. ງານປີນີ້ຈະຈັດຂຶ້ນພາຍໃຕ້ແນວຄວາມຄິດ “ONE STOP SOLUTIONS” ທີ່ເວົ້າໄດ້ວ່າເປັນຈຸດແຂງຂອງງານດັ່ງກ່າວ ທີ່ໄດ້ຮວບຮວມສິນຄ້າຂະແໜງອຸດສາຫະກໍາ ເຊັ່ນ: ຊິ້ນສ່ວນທີ່ເຮັດຈາກພາລາສຕິກ, ເຫຼັກ ແລະ ຢາງ, ມໍເຕີ້, ຄອມເພຣສເຊີ, ຄອຍສ໌ ໄປຈົນເຖິງເຄື່ອງປັບອາກາດ, ເຄື່ອງເຮັດຄວາມເຢັນ ແລະ ເຄື່ອງໃຊ້ໄຟຟ້າຕ່າງໆຢ່າງຫຼາກຫຼາຍຮູບແບບໃຫ້ເລືອກຊື້ລວມເຖິງສິນຄ້ານະວັດ ຕະກໍາມາຮ່ວມວາງສະແດງນໍາດ້ວຍ.
ທ່ານ ວິທະຍາກອນ ມະນີເນດ ຮອງອະທິບໍດີກົມ ສົ່ງເສີມການຄ້າລະຫວ່າງປະເທດ ກ່າວວ່າ: ງານ Bangkok RHVAC 2019 ແລະ Bangkok E&E 2019 ໄດ້ເຕີບໃຫຍ່ຢ່າງຕໍ່ເນື່ອງຈາກປີທໍາອິດທີ່ມີເນື້ອທີ່ຈັດງານພຽງແຕ່ 19 ພັນຕາລາງແມັດ ແຕ່ໃນປີນີ້ມີເນື້ອທີ່ຈັດງານເຖິງ 23 ພັນ ຕາລາງແມັດ ແລະ ຄິດວ່າ ຈະມີຄົນເຂົ້າຮ່ວມງານທັງໝົດ 400 ບໍລິສັດ, ມີປະມານພັນຫ້ອງວາງສະແດງ ແລະ ມີຜູ້ເຂົ້າຊົມບໍ່ຕໍ່າກວ່າ 14 ພັນຄົນຈາກທົ່ວໂລກ. ທ່ານກ່າວວ່າ: ງານດັ່ງກ່າວ ຖືເປັນເວທີສະແດງໃຫ້ເຫັນ ເຖິງສັກກາຍະພາບຂອງອຸດສາຫະກໍາທັງສອງຂະແໜງໃນປະເທດໄທ, ໂດຍໄທເປັນຖານການຜະລິດສິນຄ້າເຄື່ອງປັບອາກາດ ແລະ ເຄື່ອງເຮັດຄວາມເຢັນ, ເຄື່ອງ ໃຊ້ໄຟຟ້າ ແລະ ເອເລັກໂຕຣນິກທີ່ສໍາຄັນແຫ່ງໜຶ່ງຂອງໂລກ ເຊັ່ນ: ເປັນເປັນຜູ້ຜະລິດ Hard Disk Drive ອັນດັບ 1 ຂອງໂລກ, ເປັນຜູ້ຜະລິດ ເຄື່ອງປັບອາ ກາດ ອັນດັບ 2 ຂອງໂລກ ແລະ ເປັນຜູ້ຜະລິດ ຕູ້ເຢັນ ອັນດັບ 4 ຂອງໂລກ ແລະ ຄາດວ່າໃນປີນີ້ຈະໄດ້ຮັບຄວາມຮ່ວມມືກັບເອີຣົບທີ່ຈະນໍາສິນຄ້າທີ່ມີເຕັກໂນ ໂລຊີສູງ ມາວາງສະແດງ ໃນງານດັ່ງກ່າວອີກດ້ວຍ ເພື່ອຈະເປັນງານທີ່ສົມບູນ ແບບ ແລະ ເປີດໂອກາດໃຫ້ ລູກຄ້າໄດ້ພົບພໍ້ກັບຜູ້ປະກອບການທີ່ຜະລິດສິນຄ້າ ປະເພດຕ່າງ, ຕະຫຼອດເຖິງ Suppl Chain ຂອງອຸດສາ ຫະກໍາ ແລະ ງານຄັ້ງນີ້ຈະເປັນຊ່ອງທາງເພື່ອທຸລະກິດ ແລະ ພົບກັບຜູ້ຜະລິດສິນຄ້າ ໃນລາຄາໂຮງງານໂດຍກົງ. ທ່ານໃດທີ່ສົນໃຈເຂົ້າຮ່ວມສາມາດເບິ່ງຂໍ້ມູນເພີມເຕີມໄດ້ທີ່ www.bangkok-rhvac.com ແລະ www.bangkok-electricfair.com ຫຼືໂທ ສາຍດ່ວນການຄ້າລະ ຫວ່າງປະເທດ 1169.